Course Image
ໂດຍ: ນັກຂ່າວກົມ
25/12/2025

ກອງປະຊຸມແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ

ລັດຖະບານແຫ່ງ ສປປ ລາວ ໄດ້ອອກ ດໍາລັດເລກທີ 77/ລບ ລັງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ເຊິ່ງອີງໃສດໍາລັດນີ້ ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍ ໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.

ແລະ ດໍາລັດນີ້ກໍ່ໄດ້ກໍານົດປະເພດຂອງການຊ່ວຍເຫຼືອທາງດ້ານກົດໝາຍເປັນ 4 ປະເພດຄື່:
  • ການສະໜອງຂໍ້ມູນຂ່າວສານທາງດ້ານການກົດໝາຍ: ການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສໍາເນົາເນື້ອໃນກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການໃຫ້ຄໍາປຶກສາທາງດ້ານກົດໝາຍ: ການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການຊ່ວຍເຫຼືອໃນການຮ່າງເອກະສານ: ການຊ່ວຍຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆ ເຊັ່ນ ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ, ສັນຍາ, ພິໄນກໍາ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງກັບການຮ້ອງຂໍ.
  • ການເປັນຜູ້ຕ່າງໜ້າໃນການດໍາເນີນຄະດີ: ການເຂົ້າຮ່ວມໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາໃນນາມຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍຄວາມເຊັ່ນ ການເຂົ້າຮ່ວມໃນຂັ້ນຕອນການສືບສວນ-ສອບສວນ, ການວ່າຄວາມໃນທີ່ປະຊຸມສານ, ການຕິດຕາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ກຸ່ມຄົນທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ

  • ຜູ້ທຸກຍາກ: ຜູ້ທີ່ບໍ່ມີລາຍຮັບ, ຜູ້ທີ່ມີລາຍຮັບຕໍ່າກວ່າຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານ ທີ່ລັດຖະບານ ປະກາດໃຊ້ໃນແຕ່ລະໄລຍະ;
  • ຜູ້ດ້ອຍໂອກາດ: ຜູ້ທີ່ຂາດເງື່ອນໄຂອັນຈໍາເປັນ ໃນການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ, ການຊ່ວຍເຫຼືອໃນການຮ່າງເອກະສານນິຕິກໍາ ຫຼື ການມີທະນາຍຄວາມເປັນຜູ້ຕາງໜ້າ ໃນການດໍາເນີນຄະດີ;
  • ຄົນພິການ: ຜູ້ທີ່ມີຄວາມປົກພ່ອງ ຫຼື ສູນເສຍໜ້າທີ່ຂອງອະໄວຍະວະ ແລະ ອົງຄະ ສ່ວນໃດສ່ວນໜຶ່ງຂອງຮ່າງກາຍ, ຈິດໃຈ, ມັນສະໝອງ, ສະຕິປັນຍາ ລວມທັງການເບິ່ງເຫັນ, ການໄດ້ຍິນ ແລະ ການປາກເວົ້າ ໂດຍບໍ່ຈໍາແນກສາເຫດຂອງຄວາມເປັນພິການ;
  • ເດັກທີ່ຕ້ອງການການປົກປ້ອງພິເສດ: ເດັກກໍາພ້າ, ກໍາພອຍ, ເດັກທີ່ຖືກປະຖິ້ມ, ເດັກທີ່ຖືກປະລະ ຫຼື ເດັກທີ່ບໍ່ໄດ້ຮັບການເອົາໃຈໃສ່ຈາກພໍ່ແມ່ ໃນການເບິ່ງແຍງລ້ຽງດູ, ເດັກທີ່ຖືກທໍາຮ້າຍຮ່າງກາຍ, ເດັກທີ່ຖືກທາລຸນທາງເພດ, ເດັກທີ່ກາຍເປັນໂສເພນີ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ເດັກທີ່ເຮັດວຽກຢູ່ໃນສະພາບທີ່ເປັນອັນຕະລາຍຮ້າຍແຮງຕໍ່ຊີວິດ, ສຸຂະພາບ ຫຼື ຖືກຂູດຮີດແຮງງານ, ເດັກນ້ອຍອົບພະຍົກ, ເດັກທີ່ຕິດຢາເສບຕິດ, ເດັກທີ່ໄດ້ຮັບຜົນກະທົບຈາກໂລກເອກ ຫຼື ເຊື້ອເອສ໌ໄອວີ ແລະ ເດັກທີ່ເປັນຜູ້ຖືກເສຍຫາຍໃນຂະບວນການດໍາເນີນຄະດີ;
  • ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.

ຂ່າວຈາກທ້ອງຖິ່ນ: ໃນວັນທີ 6 ກໍລະກົດ ແລະ ວັນທີ 26 ກໍລະກົດ 2022 ທີ່ຜ່ານມາຫ້ອງການຍຸຕິທຳເມືອງແກ່ນທ້າວ ໂດຍການນຳພາຂອງ ທ່ານ ສຸພິດ ໂຮມຊັບ ຫົວໜ້າຫ້ອງການຍຸຕິທຳ ແລະ ທ່ານ ບຸນຕຽນ ໄພບຸນ ຮອງຫົວຫ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ ອົງການປົກຄອງບ້ານ, ຂະແໝງການຕ່າງໆຂອງບ້ານ ແລະ ພໍ່ແມ່ປະຊາຊົນຂອງ ບ້ານ ຫ້ວຍຄາ, ບ້ານ ຫ້ວຍເຮ້ຍ ແລະ ບ້ານ ນາຄູນ, ມີຈຳນວນ ພົນເຂົາຮ່ວມທັງຫມົດ 273 ຄົນ. ຍິງ 157 ຄົນ. ນອກນັ້ນຍັງໄດ້ນຳພາບັນດາອົງການປົກຄອງບ້ານ, ຂະແໜງການຂອງບ້ານ ກວດກາ, ປະເມີນ ຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄປພ້ອມກັນ ແລະ ຍັງໄດ້ບໍາລຸງສິດ, ໜ້າທີ່ ແລະ ພາລະບົດບາດໃຫ້ກັບຫນ່ວຍໄກ່ເກ່ຍ ຕາມດຳລັດ 626/ລບ. ໃຫ້ກັບໝ່ວຍໄກ່ເກ່ຍຕື່ມອີກ.