ວີດີໂອແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ

ທ່ານຮູ້ແລ້ວບໍ່ວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ອອກ ດໍາລັດເລກທີ 77/ລບ ລັງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ.

ກຸ່ມຄົນທີ່ຈະໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ

ຜູ້ທຸກຍາກ

ຜູ້ດ້ອຍໂອກາດ

ຄົນພິການ

ເດັກທີ່ຕ້ອງການການປົກປ້ອງພິເສດ

ແມ່ຍິງ ແລະ ເດັກນ້ອຍ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ

ປະເພດຂອງການຊ່ວຍເຫຼືອທາງດ້ານກົດໝາຍ

ການສະໜອງຂໍ້ມູນຂ່າວສານທາງດ້ານການກົດໝາຍ

ການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສໍາເນົາເນື້ອໃນກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບການຮ້ອງຂໍ.

ການໃຫ້ຄໍາປຶກສາທາງດ້ານກົດໝາຍ

ການແນະນໍາ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ທີ່ກ່ຽວຂ້ອງກັບການຮ້ອງຂໍ.

ການຊ່ວຍເຫຼືອໃນການຮ່າງເອກະສານ

ການຊ່ວຍຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆ ເຊັ່ນ ຄໍາຮ້ອງຟ້ອງ, ຄໍາແກ້ຟ້ອງ, ສັນຍາ, ພິໄນກໍາ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງກັບການຮ້ອງຂໍ.

ການເປັນຜູ້ຕ່າງໜ້າໃນການດໍາເນີນຄະດີ

ການເຂົ້າຮ່ວມໃນການດໍາເນີນຄະດີ ຕາມຂະບວນການຍຸຕິທໍາໃນນາມຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍຄວາມເຊັ່ນ ການເຂົ້າຮ່ວມໃນຂັ້ນຕອນການສືບສວນ-ສອບສວນ, ການວ່າຄວາມໃນທີ່ປະຊຸມສານ, ການຕິດຕາມການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ຫ້ອງໃຫ້ບໍລິການຊ່ວຍເຫຼືອ

ຫ້ອງໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ປະຈໍາພະແນກຍຸຕິທໍາແຂວງຫຼວງນໍ້າທາ

ເອກະສານກ່ຽວຂ້ອງ

ຄໍາຮ້ອງຂໍການຊ່ວຍເຫຼືອທາງດ້ານກົດໝາຍ

ສື່ໂຄສະນາຕ່າງໆ

ໂດຍ: ນັກຂ່າວກົມ
25/12/2025

ກອງປະຊຸມແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ

ໂດຍ: ນັກຂ່າວກົມ
25/12/2025

ກອງປະຊຸມແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ

ໂດຍ: ນັກຂ່າວກົມ
25/12/2025

ກອງປະຊຸມແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ

ໂດຍ: ນັກຂ່າວກົມ
25/12/2025

ກອງປະຊຸມແນະນໍາກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ