ຄໍາຖາມ-ຄໍາຕອບ ທີ່ພົວພັນເຖິງຄວາມຮຸນແຮງບົນພື້ນຖານທາງເພດ

ຄວາມຮຸນແຮງເເມ່ນພຶດຕິກໍາທີ່ສົ່ງຜົນເຮັດໃຫ້ ຫຼື ມີແນວໂນ້ມທີ່ຈະເຮັດໃຫ້ເກີດອັນຕະລາຍ, ເປັນອັນຕະລາຍ ຫຼື ຄວາມທໍລະມານ. ( ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ມາດຕາ 2, ປີ 2015)

ບໍ່.
ອີງຕາມກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ກໍານົດຄວາມຮຸນແຮງໄວ້ 4 ປະເພດ (ມາດຕາ 12, ປີ 2015):

   1) ທາງດ້ານຮ່າງກາຍ (ມາດຕາ 13)
   2) ທາງດ້ານຈິດໃຈ (ມາດຕາ 14)
   3) ທາງດ້ານອາລົມ (ມາດຕາ 15)
   4) ທາງດ້ານເສດຖະກິດ (ມາດຕາ 16)

ການຊ່ວຍເຫຼືອທາງດ້ານກົດໝາຍແມ່ນໃຫ້ການບໍລິການໂດຍ:

   1) ຂະເເໜງຍຸຕິທຳ;
   2) ສະພາທະນາຍຄວາມ;
   3) ສະຫະພັນແມ່ຍິງລາວ;
   4) ອົງການຈັດຕັ້ງອື່ນ.
(ມາດຕາ 15 ຂອງດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ປີ2018)

ພາກສ່ວນດັ່ງກ່າວສາມາດໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍດັ່ງນີ້:
   1) ການສະໜອງຂໍ້ມູນທາງກົດໝາຍ;
   2) ໃຫ້ຄໍາປຶກສາທາງດ້ານກົດໝາຍ;
   3) ການຊ່ວຍເຫຼືອໃນການຮ່າງເອກະສານທາງດ້ານກົດໝາຍ;
   4) ເປັນຜູ້ຕາງໜ້າໃນການດໍາເນີນຄະດີ
(ອີງຕາມມາດຕາ 7 ຂອງດໍາລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ປີ 2018)

ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງທຸກປະເພດມີສິດໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ໄດ້ຮັບການບໍລິການດັ່ງກ່າວໂດຍບໍ່ເສຍຄ່າ (ມາດຕາ 12 ຂອງດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ, ປີ 2018).

ໄດ້.
ການໄກ່ເກ່ຍສາມາດດໍາເນີນໄດ້ກໍຕໍ່ເມື່ອຜູ້ຖືກເຄາະຮ້າຍຕົກລົງເຫັນດີ ແລະ ສາມາດຢຸດການໄກ່ເກ່ຍໄດ້ທຸກເວລາ. ຖ້າຜົນໄດ້ຮັບບໍ່ເປັນໄປຕາມຄວາມປະສົງ ທ່ານສາມາດເລືອກທີ່ຈະປະຕິເສດຜົນດັ່ງກ່າວ ແລະ ດໍາເນີນການຕາມທີ່ທ່ານຕ້ອງການ (ມາດຕາ 53 ຂອງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ປີ 2015)

ລາຍງານຕໍ່ອໍານາດການປົກຄອງບ້ານ, ສະຫະພັນແມ່ຍິງລາວ, ຫຼື ຕຳຫຼວດ ຂໍໃຫ້ທ່ານຮັບຮູ້ວ່າຂັັ້ນສຸດທ້າຍທີ່ຈະດໍາເນີນຄະດີແມ່ນຂຶ້ນກັບຄວາມເຫັນພ້ອມຂອງຜູ້ຖືກເຄາະຮ້າຍ. (ມາດຕາ 29 ຂອງກົດໝາຍວ່າດ້ວຍການກຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ປີ 2015)