ການຂໍການຊ່ວຍເຫຼືອທາງດ້ານກົດໝາຍ ນໍາອົງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ສາມາດດໍາເນີນດ້ວຍວິທີການໃດໜຶ່ງ ດັ່ງນີ້:
ຍື່ນຄໍາຮ້ອງຂໍດ້ວຍ ຕົນເອງ, ຜູ້ຕາງໜ້າຄອບຄົວ ຫຼື ຍາດພີ່ນ້ອງ;
ການສະເໜີຂອງອົງການປົກຄອງບ້ານ, ໂຮງຮຽນ, ໂຮງໝໍ ແລະ ອົງການຈັດຕັ້ງອື່ນໆ;
ຕິດຕໍ່ພົວພັນທາງໂທລະສັບ ຫຼື ເຄື່ອງມືສື່ສານຕ່າງໆ;
ວິທີການອື່ນໆ.
ການຊ່ວຍເຫຼືອທາງດ້ານກົດໝາຍ ດໍາເນີນຕາມຂັ້ນຕອນ ດັ່ງນີ້:
ຮັບຄໍາຮ້ອງ ຫຼື ຄໍາສະເໜີ ຂໍການຊ່ວຍເຫຼືອ;
ຄົ້ນຄ້ວາ ແລະ ຕົກລົງ ກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ;
ການແຕ່ງຕັ້ງທະນາຍຄວາມ ຫຼື ບຸກຄົນໃຫ້ການຊ່ວຍເຫຼືອ;
ການຂໍອະນຸມັດງົບປະມານ ເພື່ອໃຫ້ການຊ່ວຍເຫຼືອ.
ສາມາດເບິ່ງລາຍລະອຽດເພີ່ມຈາກ ຫ້ອງໃຫ້ການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ
ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທໍາ, ກະຊວງຍຸຕິທຳ;
ຂະແໜງສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ;
ໜ່ວຍງານສົ່ງເສີມວຽກງານຍຸຕິທຳຮາກຖານ ຂອງຫ້ອງການຍຸຕິທຳເມືອງ, ເທດສະບານ, ນະຄອນ;
ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຂອງສະພາທະນາຍຄວາມ;
ການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຂອງສະຫະພັນແມ່ຍິງ ແລະ ຂອງອົງການຈັດຕັ້ງອື່ນ.