ໃນວັນທີ 6 ກໍລະກົດ ແລະ ວັນທີ 26 ກໍລະກົດ 2022 ທີ່ຜ່ານມາຫ້ອງການຍຸຕິທຳເມືອງແກ່ນທ້າວ ໂດຍການນຳພາຂອງ ທ່ານ ສຸພິດ ໂຮມຊັບ ຫົວໜ້າຫ້ອງການຍຸຕິທຳ ແລະ ທ່ານ ບຸນຕຽນ ໄພບຸນ ຮອງຫົວຫ້າຫ້ອງການ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ ອົງການປົກຄອງບ້ານ, ຂະແໝງການຕ່າງໆຂອງບ້ານ ແລະ ພໍ່ແມ່ປະຊາຊົນຂອງ ບ້ານ ຫ້ວຍຄາ, ບ້ານ ຫ້ວຍເຮ້ຍ ແລະ ບ້ານ ນາຄູນ, ມີຈຳນວນ ພົນເຂົາຮ່ວມທັງຫມົດ 273 ຄົນ. ຍິງ 157 ຄົນ. ນອກນັ້ນຍັງໄດ້ນຳພາບັນດາອົງການປົກຄອງບ້ານ, ຂະແໜງການຂອງບ້ານ ກວດກາ, ປະເມີນ ຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍໄປພ້ອມກັນ ແລະ ຍັງໄດ້ບໍາລຸງສິດ, ໜ້າທີ່ ແລະ ພາລະບົດບາດໃຫ້ກັບຫນ່ວຍໄກ່ເກ່ຍ ຕາມດຳລັດ 626/ລບ. ໃຫ້ກັບໝ່ວຍໄກ່ເກ່ຍຕື່ມອີກ.